ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ແອັດ​ສະ​ປາຍ​ ໃຊ້​ຫຸ່ນ​ຍົນ​ລາດຕະເວນ​ ຫາ​ຄົນ​ລະເມີດ​ກົດ​ຈາລະ​ຈອນ


     ເຕັກ​ໂນ​ໂລ​ຊີເປັນ​ສ່ວນ​ໜຶ່ງ​ຂອງ​ຊີວິດ​ໄປ​ແລ້ວ ນັບ​ຕັ້ງແຕ່​ຕື່ນ​ເຊົ້າ​ຈົນ​ຮອດ​ເຂົ້າ​ນອນ ບໍ່​ວ່າ​ໃນ​ເວລາ​ໃດ ເຕັກ​ໂນ​ໂລ​ຊີ​ກໍ​ມີ​ບົດບາດ ​ໃນ​ຊີວິດ
ສະເໝີ, ນອກຈາກ​ນີ້ເຕັກ​ໂນ​ໂລ​ຊີ​ໃນ​ບາງ​ເລື່ອງ ຍັງ​ຖືກ​ພັດທະນາ ​ເພື່ອ​ໃຫ້​ມີ​ສ່ວນ​ຊ່ວຍ​ ໃນ​ວຽກ​ງານ​ອີກ​ດ້ວຍບໍ່​ເວັ້ນ​ແຕ່​ວຽກ​ງານ​ຂອງ​ຕຳຫຼວດ.
ໂດຍຕຳຫຼວດ​ໃນ​ເມືອງ ມາລະກາ ປະເທດ​ແອັດ​ສະ​ປາຍ ໄດ້​ເລີ່ມ​ມີ​ການ​ນຳ​ໃຊ້ຫຸ່ນ​ຍົນ​ໝາ ຫຼື robot dog ໃນ​ການ​ຊ່ວຍ​ລາດຕະເວນ​ໃນ​ເມືອງ
ສ່ວນ​ໜຶ່ງ​ແມ່ນ​ເພື່ອ​ແນໃສ່​ການ​ປະຢັດ​ແຮງ ແລະ ເພື່ອ​ປະສິດທິ​ພາບ​ການ​ເຮັດ​ວຽກ​ທີ່​ດີ​ຂຶ້ນຊັດ​ເຈນ​ຂຶ້ນ ໂດຍ​ມີ​ຈຸດປະສົງຫາ​ຜູ້​ລະເມີດ​ການ​ຈະລາ
ຈອນ ຜູ້​ທີ່​ລະເມີດ​ກົດ​ລະບຽບ​ທາງ​ຢ່າງ ເຊັ່ນ: ການ​ໃຊ້ scooters ໄຟຟ້າ​ໃນ​ເຂດ​ພື້ນ​ທີ່​ຫ້າມ​ໃຊ້. ເລື່ອງ​ທີ່​ຫນ້າ​ເຫຼືອ​ເຊື່ອ​ກ່ຽວ​ກັບ​ຫຸ່ນ​ຍົນ​ໝາ
​ນີ້​ກໍ​ຄື​ແຕ່​ກ່ອນ​ຈະ​ໃຊ້​ການ​ຜ່ານ​ຣີ​ໂມດ​ໄລຍະ​ໄກ ແຕ່​ພຽງ​​ອອຟ​ຊັນ​ດຽວ ແຕ່​ໃນ​ເວລາ​ນີ້​ຫຸ່ນ​ຍົນ​ນີ້​ໄດ້​ຮັບ​ການ​ພັດທະນາ​ໃນ​ເວລາ 2 ປີ​ ມັນ​ສາມາດ
​ບໍລິຫານ​ຈັດການ ແລະ ຄວບ​ຄຸມ​ຕົນ​ເອງ​ໄດ້​ໂດຍ​ຜ່ານ​ລະບົບ AI ຫຼື​ປັນຍາ​ປະດິດ ໄດ້​ເລີຍ ແລະ ສາມາດ​ຍ່າງ​ໄປ​ຫາ​ຈຸດ​ຕ່າງໆ​ໄດ້ ໂດຍ​ໄດ້​ຖືກ​ພັດ
ທະນາ​ໂດຍ​ນັກ​ຄົ້ນຄວ້າ​ຢູ່​ມະຫາວິທະຍາໄລ ມາລະກາ. ນັ້ນ​ໝາຍ​ຄວາມ​ວ່າ​ໃນ​ເວລາ​ນີ້ຫຸ່ນ​ຍົນ​ໝາໂດຍ​ເຮັດ​ວຽກ​ຜ່ານ ສັນຍານ 5G ໂດຍ​ສາມາດ
​ຄວບ​ຄຸມ​ໄດ້​ຈາກ​ໄລຍະ​ໄກ​ໄດ້​ອີກ​ດ້ວຍ ໂດຍ​ທີ່​ຜູ້​ຄວບ​ຄຸມ​ສາມາດ​ເບິ່ງ​ມໍ​ນິ​ເຕີ​ໄລຍະ​ໄກ​ໄດ້ ແລະ ຄົນ​ທີ່​ຄວບ​ຄຸມ​ນັ້ນ ກໍ​ສາມາດ​ກວດ​ຈັບວິເຄາະ
ແລະ ປະ​ເມີນ​ສິ່ງ​ຕ່າງໆ​ວ່າ​ສິ່ງ​ໃດ​ເປັນ​ອັນຕະລາຍ. ການ​ນຳ​ໃຊ້​ຫຸ່ນ​ຍົນ​ເພື່ອ​ເຮັດ​ໜ້າທີ່​ລາດຕະເວນ​ພື້ນ​ທີ່​ນີ້​ວ່າ ເພື່ອ​ແກ້​ໄຂ​ບັນຫາ​ຂາດແຄນ​ພະນັກ
ງານ​ຮັກສາ​ຄວາມ​ປອດ​ໄພ ແລະ ດ້ວຍ​ບັນຫາ​ຂາດແຄນ​ນີ້​ຈິງ​ເປັນ​ໄປ​ໄດ້​ຫຼາຍ​ກວ່າ​ເຮົາ​ຈະ​ເຫັນ​ການ​ໃຊ້​ງານ​ຫຸ່ນ​ຍົນ​ແບບ​ນີ້​ເພີ່ມ​ຫຼາຍ​ຂຶ້ນ​ຫຼາຍ​ພື້ນ​ທີ່​
ໃນ​ອະນາຄົດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/03/2024